ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ພະລາທິການກອງທັບ
ໄດ້ລົງຊຸກຍູ້ວຽກງານພະລາທິການ ຢູ່ກອງຮ້ອຍຊາຍແດນ 141 ທະຫານແຂວງອຸດົມໄຊ


    ໃນວັນທີ23 ມີນາ 2024 ນີ້, ສະຫາຍ ພົນຕີ ຄຳເພັດ ສີຊານົນ ກຳມະການປະຈຳພັກກະຊວງປ້ອງກັນປະເທດ ຮອງລັດຖະມົນຕີ ຫົວ
ໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ອ່ອນແກ້ວ ອຸ່ນອາລົມ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ, ມີ ສະຫາຍ ພັນເອກ
ຕຸ້ຍ ພົມມີໄຊ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກ
ງານພະລາທິການຢູ່ກອງຮ້ອຍທະຫານຊາຍແດນ 141 ທະຫານແຂວງອຸດົມໄຊ ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງຄະນະພັກ-ຄະນະບັນ
ຊາຕະຫຼອດຮອດພະນັກງານ-ນັກຮົບ ພາຍໃນກົມກອງ.

     ໃນພິທີ, ສະຫາຍ ຮ້ອຍເອກ ພອນໄຊ ປາງໄຊຈື້ ເລຂາໜ່ວຍພັກ ຫົວໜ້າການເມືອງກອງຮ້ອຍທະຫານຊາດແດນ141 ທະຫານແຂວງ
ອຸດົມໄຊ ໄດ້ລາຍງານຫຍໍ້ກ່ຽວກັບການນໍາພາຂອງຄະນະພັກ-ຄະນະບັນຊາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານຂອງການຈັດຕັ້ງປະຕິບັດໜ້າທີ່ວຽກ
ງານດ້ານຕ່າງໆທີ່ກົມກອງຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງຄະນະກົມໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນ
ບັນຫາຕົ້ນຕໍ, ປັບປຸງກໍ່ສ້າງກໍາລັງ ແລະ ວິຊາສະເພາະໃຫ້ມີຄວາມຄ່ອງຕົວ, ຊີ້ນໍາພະນັກງານ-ນັກຮົບໃຫ້ມີຄຸນທາດການເມືອງໜັກແໜ້ນ,
ມີຄຸນສົມບັດສິນທໍາປະຕິວັດ, ປອດໃສໜັກແໜ້ນ. ຄະນະພັກ-ຄະນະບັນຊາພະນັກງານວິຊາສະເພາະທີ່ເຮັດວຽກງານພະລາທິການ ກໍໄດ້
ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ ສາມາດເຮັດສໍາເລັດໜ້າທີ່ຂັ້ນເທິງມອບໝາຍໃຫ້, ກົມກອງສາມາດສ້າງເສດຖະກິດ
ແກ້ໄຂຊີວິດການເປັນຢູ່ໄດ້ເອົາໃຈໃສ່ຊີ້ນຳບັນດາວຽກງານຮັບປະກັນພະລາທິການຮອບດ້ານ, ເປັນຕົ້ນການເບີກ-ຈ່າຍວັດຖຸຮັບໃຊ້ການປູກ
ຝັງ-ລ້ຽງສັດ ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເອົາໃຈໃສ່ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບ, ຈັດຕັ້ງຈຸປະຈຳການປ້ອງກັນເວນຍາມຂອບເຂດຊາຍແດນກົມກອງຕັ້ງທັບຕະຫຼອດ 24 ຊົ່ວໂມງ, ສາມາດຮັບປະກັນ
ຄວາມສະຫງົບປອດໄພຂອບເຂດຊາຍແດນໄດ້ 100%.

     ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ພ້ອມທັງ
ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາຈົ່ງຍົກສູງບົດບາດການ
ນຳພາ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງໄດ້ຮັບຮູ້ເຊື່ອມຊືມ, ກຳແໜ້ນຕໍ່ແນວທາງ
ນະໂຍບາຍຂອງພັກຢ່າງເລິກເຊິ່ງ, ປັບປຸງແບບແຜນວິທີເຮັດວຽກໃຫ້ລະອຽດ, ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ ເຂົ້າໃນການອອກ
ແຮງງານສາມາດເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ຕັ້ງໜ້າ
ປະກອບສ່ວນເຮັດໜ້າທີ່ວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ມີສະຕິລະວັງ
ຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ຕ້ານ ແລະ ສະກັດກັ້ນປະກົດການຕ່າງໆຂອບເຂດຊາຍແດນໃຫ້ທັນການ, ເຄື່ອນໄຫວ
ປ້ອງກັນຂອບເຂດຫຼັກໝາຍຊາຍແດນໃຫ້ມີຄວາມສະຫງົບປອດໄພ 100%, ໂອກາດດຽວກັນນີ້ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກຈຳນວນ
ໜຶ່ງ ໃຫ້ກອງຮ້ອຍທະຫານຊາຍແດນຕື່ມອີກ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 27/03/2024